วันเสาร์ที่ 8 มีนาคม พ.ศ. 2551

ບົດນຳ

ບົດນຳ
ປະຫວັດສາດໂລກບາງແງ່ມູມ

-----ໂລກທີ່ເຮົາຢູ່ອາໄສຈົນມາຮອດປັດຈຸບັນນີ້ ເຮົາຈະເຫັນມີການປ່ຽນແປງໄປໃນຫຼາຍແງ່ຫຼາຍມູມ ຍິ່ງສັງຄົມໂລກທີ່ມີ ການພັດທະນາທັນສະໄໝຂຶ້ນດັ່ງໃນປັດຈຸບັນນີ້ ຍິ່ງເຮັດໃຫ້ເຮົາຮູ້ເຫັນການປ່ຽນຂອງໂລກຢ່າງໄວວາ ແລະໂລກກໍສ້າງປະ ຫວັດສາດຂອງຕົວມັນເອງຢ່າງບໍ່ຢຸດຢັ້ງ

-----ເມື່ອໂລກມີການປ່ຽນແປງທັງທີ່ຈະເຣີນຂຶ້ນ ແລະເສື່ອມລົງນີ້ ຍ່ອມເຮັດໃຫ້ເຮົາຮູ້ຢ່າງຈະແຈ້ງວ່າໂລກມະນຸດຍ່ອມ ມີ ຈຸດເຣີ່ມຕົ້ນ ຫຼືມີຈຸດກຳເນີດເກີດຂຶ້ນມາຢ່າງໃດ ? ການສຶກສາເຖິງປະຫວັດການເກີດຂຶ້ນຂອງໂລກ ຍ່ອມເປັນເລື່ອງ ຢາກ ທີ່ມະນຸດຈະຮູ້ໄດ້ຢ່າງຖືກຕ້ອງ ການສຶກສາເລື່ອງການກຳເນີດຂອງໂລກໃນໄລຍະຜ່ານມາ ເປັນພຽງແຕ່ການອະນຸ ມານ ຄາດຕະເນເອົາເທົ່ານັ້ນ ບໍ່ມີໃຜຊີ້ແຈ້ງລົງໄປວ່າເກີດຂຶ້ນມາເມື່ອໃດ ? ບັນດານັກວິທະຍາສາດໃນອະດີດຈົນຮອດ ປັດຈຸບັນ ຍັງມີຄວາມບໍ່ລົງລອຍກັນເທື່ອ ເພາະຫຼັກຖານທີ່ປາກົດທັງເກົ່າ ແລະໃໝ່ຽນີ້ຍັງເຮັດໃຫ້ນັກວິທະຍາສາດຮູ້ໄດ້ ວ່າໂລກມະນຸດເກີດຂຶ້ນມາຫາຍກວ່າແສນປີ ແຕ່ການສຶກສາເຣື່ອງຂອງໂລກ ເທົ່າທີ່ມະນຸດສຶກສາກັນເປັນຈິງເປັນຈັງມີ ພຽງແຕ່ ໒໐໐ ປີເທົ່ານັ້ນ, ເມື່ອເອົາອາຍຸຂອງໂລກ ມາສົມທຽບເບິ່ງກການສຶກສາມັນເປັນພຽງສ້ຽວໜຶ່ງຂອງການເວລາ ເທົ່ານັ້ນ ມັນຈຶ່ງເປັນເຣື່ອງຍາກຂອງການທີ່ຈະອະນຸມານ ຫຼືຄາດເດົາຖືກວ່າໂລກເກີດຂຶ້ນມານັ້ນຈັກປີກັນແທ້।

-----ເທົ່າທີ່ພົບຫຼັກຖານເມື່ອ ໒໐໐ ນັກປະຫວັດສາດລົງຄວາມເຫັນກັນໂລກມະນຸດມີຄວາມຈະເຣີນຂຶ້ນມາເມື່ອ ໓໐໐໐ ກວ່າປີ ໂດຍຖືເອົາຫຼັກຖານທີີ່ພົບໃນເມືອງບູຮານຕ່າງໃນຕາເວັນອອກກາງ ແລະປະເທດອີຍິບ, ແຕ່ວ່ານັກປະຫວັດສາດ ໃນໂລກຍຸກໃໝ່ ນັກຄົ້ນຄວ້າປະຫວັດສາດມີຄວາມເຫັນກົງປ່ຽນແປງວ່າ ໂລກມະນຸດມີຄວາມຈະເຣີນຂຶ້ນ ເມື່ອ ໕໐໐໐ ກວ່າແລ້ວປີ ດັ່ງທີ່ນັກບູຮານຄະດີຄົ້ນພົບຫຼັກຖານທີ່ເມື່ອງບູຮານໃນຊີກໂລກຕາເວັນອອກ ເຊັ່ນ ບູຮານຄະດີໃນປະເທດ ຈີນ, ອິນເດັຍ ແລະອາຊີຕາເວັນອອກສ່ຽງໃຕ້ ເຫັນວ່າຫຼັກຖານທີ່ປາກົດນັ້ນເກົ່າແກ່ກວ່າໃນປະເທດອີຍິບ ແລະອາຊີຕາເວັນອອກກາງ।

-----ນັກປະຫວັດສາດໃນຍຸກກ່ອນ ເຂົ້າໃນວ່າຫຼັກຖານຂອງມະນຸດຍຸກ່ອນ ໓໐໐໐ ປີເປັນພຽງນິທານປະຣັມປະຣາ ແຕ່ ມາເຖິງຍຸກນີ້ຫຼັກຖານນັ້ນປາກົດຢ່າງຈະແຈ້ງແລ້ວວ່າ ມະນຸດມີຄວາມເລີນເຖິງ ໂດຍພິຈາລະນາເບິ່ງໂຄງກະດູກ, ຊາກສະຫຼັກຫັກພັງຂອງເມືອງ ແລະວັດຖຸເຄື່ອງໃຊ້ ທີ່ມະນຸດບູຮານໃຫ້ມີຄວາມທັນສະໄໝຂຶ້ນມາແລ້ວ।

-----ນັກປະຫວັດສາດຄາດຄະເນຕາມຫຼັກຖານທີ່ປາກົດ ໂລກມະນຸດໄດ້ຈະເຣີນຢູ່ໃນລະຫວ່າງ ໔໕໐໐ - ໕໕໐໐ ປີ ໂດຍຄາດຄະເນວ່າ ຢູ່ໃນເມື່ອ ໔໐໐໐ ປີກ່ອນຄິດຕະສັງກາດ, ເຖິງຢ່າງນັ້ນ ຍັງມີຜູ້ເຊື່ອອີກວ່າ ໂລກເຮົານີ້ມີອາຍຸຫຼາຍ ກວ່ານັ້ນມາແລ້ວ, ເຖິງຢ່າງໃດກໍຕາມ ກາດຈະກຳນົດວ່າໂລກນີເກີດຂຶ້ນ ວັນໃດ, ປີໃດ, ເດືອນໃດ ຫຼືລະດູໃນນັ້ນມັນເປັນ ເລື່ອງຍາກທີ່ຈະກົດນົດໃຫ້ຖືກໄດ້।

-----ຫຼັກຖານທີ່ນັກວິທະຍາສາດ, ບູຮານຄພດີ, ນັກສັງຄົມສາດ, ມະນຸດສາດ ແລະອື່ນໆ ກໍານົດວ່າໂລກມະນຸດ ເກີດມາ ເມື່ອ ​໔໕໐໐ ກ່ອນຄິດຕະສັງກາດນັ້ນ ເປັນພຽງແຕ່ການຄາດຄະເນ ແລະອະນຸມານເອົາຕາມຄວາມເປັນມາຂອງສາສນາ ຮີນດູ ແລະຫຼັກຖານໃໝ່ໆ ທີ່ປະກົດຕົວຂຶ້ນມາໃນໄລຍະຫຼັງນີ້ ນັກວິທະຍາສາດ ລົງຄວາມເຫັນຈະແຈ້ງຕາມຫຼັກຖານ ແຫ່ງຄັມພີນີ້ປະກອບກັບຫຼັກ

1 ความคิดเห็น:

Papao กล่าวว่า...

"-----ຫຼັກຖານທີ່ນັກວິທະຍາສາດ, ບູຮານຄພດີ, ນັກສັງຄົມສາດ, ມະນຸດສາດ ແລະອື່ນໆ ກໍານົດວ່າໂລກມະນຸດ ເກີດມາ ເມື່ອ ​໔໕໐໐ ກ່ອນຄິດຕະສັງກາດນັ້ນ ເປັນພຽງແຕ່ການຄາດຄະເນ ແລະອະນຸມານເອົາຕາມຄວາມເປັນມາຂອງສາສນາ ຮີນດູ ແລະຫຼັກຖານໃໝ່ໆ ທີ່ປະກົດຕົວຂຶ້ນມາໃນໄລຍະຫຼັງນີ້ ນັກວິທະຍາສາດ ລົງຄວາມເຫັນຈະແຈ້ງຕາມຫຼັກຖານ ແຫ່ງຄັມພີນີ້ປະກອບກັບຫຼັກ"

ອີກຄວາມເຫັນນຶ່ງວ່າ
ອາຍຸໜ່ວຍໂລກໃບນີ້ແມ່ນປະມານ ໔໕໕໐ ລ້ານປີ - ບໍ່ຊາບວ່າເວົ້າເຖິງເລື່ອງດຽວກັນຫລືບໍ່ ຜິດພາດຂໍ ອະໄພ
How Old Is The Earth, And How Do We Know?
The generally accepted age for the Earth and the rest of the solar system is about 4.55 billion years (plus or minus about 1%). This value is derived from several different lines of evidence.

ອີກເລື່ອງນຶ່ງ ກະດູກມະນຸດເກົ່າແກ່ທີສຸດທີ່ເຄີຍຄົ້ນພົບ ມີອາຍຸປະມານ 195000 ປີ

ຮັກແພງ
ທາດຂາວ